ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊຸກຍູ້​ວຽກ​ງານ​ສ້າງ​ພະລາທິການ​ກັບ​ທີ່ ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1

     ສະຫາຍ ພັນ​ໂທ ບົວ​ແກ້ວ ກິ່ງ​ບຸດ​ດີ ຫົວໜ້າ​ຫ້ອງ​ພະລາທິການໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1 ຍົກ​ໃຫ້​ເຫັນຂໍ້​ສະດວກ, ຂໍ້​ຫຍຸ້​​ງ​
ຍາກ ໃນ​ໂອກາດ​ທີ່​ສະຫາຍ ພັນ​ໂທ ພູ​ວົງ ລັດສະໝີ ຫົວໜ້າ​ພະ​ແນກ​ແຜນການ-ສັງ​ລວມ ກົມ​ເສນາ​ພະ​ລາ ກົມ​ໃຫຍ່​ພະລາທິການ​ກອງ
ທັບ ພ້ອມ​ດ້ວຍ​ຄະນະໄດ້​ເຄື່ອນ​ໄຫວ ເກັບ​ກຳ​ຂໍ້​ມູນ​ວຽກ​ງານ​ພະລາທິການ​ຮອບດ້ານ ຢູ່​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1 ວ່າ: ຍາມ​ໃດ
​ຄະນະ​ພັກ
-ຄະນະ​ອຳນວຍ​ການ​ໂຮງຮຽນ ກໍຄື: ​ຫ້ອງ​ພະລາທິການ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 1 ກໍໄດ້​ເອົາ ໃຈໃສ່​ນຳພາ-ຊີ້ນໍາ​ປະຕິບັດ
​ຕາມ​ທິດ​ຊີ້​ນຳ​ຂອງ​ຂັ້ນ​ເທິງ​ໃນ​ການ​ຄຸ້ມ​ຄອງ​ລາຍ​ຮັບ
-ລາຍ​ຈ່າຍ​ ໃນ​ແຕ່​ລະ​ເດືອນ, ແຕ່​ລະ​ງວດຕິດ​ພັນ​ກັບ​ວຽກ​ງານ​ຕົວ​ຈິງ ​ໂດຍ​ສະເພາະ
​ວຽກ​ງານ​ຮັບປະກັນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ເຮັດ​ໃຫ້​ສະພາບ​ມີ​ຄວາມ​ສະຫງົບ, ຊີ້​ນຳ​ບັນດາ​ອົງການ, ກົມ​ກອງ​ຮາກ​ຖານ​ທີ່​ກ່ຽວຂ້ອງ​ຈັດ
​ຕັ້ງ​ຮັບ ປະກັນ​ວຽກ​ງານ​ພະລາທິການ​ຮອບດ້ານ ຕິດຕາມ​ກຳ​ແໜ້ນ​ສະພາບ​ການ​ທີ່​ຜັນ​ແປ​ໃນ​ແຕ່​ລະ​ໄລຍະ​ຢ່າງ​ໃກ້ຊິດ​ ເພື່ອ​ກຽມພ້ອມ
ແລະ ຮັບປະກັນ​ວຽກ​ງານ​ພະລາທິການ ຮັບປະກັນ​ໃຫ້​ແກ່​ການ​ຮຽນ-ການ​ສອນ​ຂອງ​ນັກຮຽນ ​ທັງ 3 ລະບົບ ແລະ ​ປະສານ​ສົມທົບ​ກັບ
​ພະແນກການ-ກອງຮ້ອຍ ທີ່​ມີ​ການ​ພົວພັນ​ໂດຍ​ກົງ​ຕໍ່​​ການ​ເບີກ​ຈ່າຍ​ການ​ກິນ, ການ​ດື່ມ, ດ້ານ​ສຸຂະພາບ, ສຸ​ຂະ​ອະນາ​ໄມໃຫ້​ແກ່​ພະນັກ
ງານ-ນັກຮົບ ໂດຍ​ສະເພາະ​ແມ່ນ​ຮັບປະກັນ​ຢູ່​ພາກ​ສະໜາມ​ຫັດແອບ​ຂອງ​ນັກຮຽນ​ໃຫ້​ມີ​ຄວາມ​ສະດວກ. ນອກຈາກ​ນັ້ນ , ​ຍັງ​ໄດ້​ປັບປຸງ
​ເຄຫະ​ສະຖານ​ຫ້ອງການ, ສະໂມສອນ, ສະ​ໝາມ​ຫັດແອບ, ລະບົບ​ນ້ຳ​ດື່ມ-ນ້ຳ​ໃຊ້ ແລະ ຊຸກຍູ້​ໃຫ້​ກົມ​ກອງ​ສ້າງ​ພະລາທິການ​ກັບ​ທີ່​ຕາມ​
ທິດ​ເພິ່ງ​ຕົນ​ເອງ
, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ ຕາມ​ເງື່ອນໄຂ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຕົນ ​ໃນ​ນີ້​, ໄດ້​ເຮັດ​ສວນ​ປູກ​ມັນ
ຕົ້ນ 1 ຕອນ ເນື້ອທີ່ 2.400 ຕາ​ແມັດ ປູກ​ມັນຕົ້ນ​ໄດ້ 3.465 ຕົ້ນ, ຜະລິດ​ນ້ຳ​ດື່ມ 28.776 ຕຸກ ຄິດ​ເປັນ​ເງິນ 142.176.000 ກີບ, ປູກ
​ຢາງພາລາ 570 ຕົ້ນ ​ເກັບ​ກູ້​ຂາຍ​ເປັນ​ເງິນ​ໄດ້ 19.000.000 ກີບ, ເຮັດນາ 1 ເຮັກຕາ​ກວ່າ ໄດ້​ເຂົ້າ 2 ໂຕນ​ກວ່າ ແລະ ມີ​ງົວ​ລ້ຽງ 48 ໂຕ.

ແຫຼ່ງທີ່ມາ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ
ວັນທີ 05/01/2024